ບໍລິສັດຊ້າງຄຳ ການຄ້າຈຳກັດຜູ້ດຽວ ແມ່ນບໍລິສັດທີ່່ໃຫ້ບໍລິການກ່ຽວກັບຄວາມບັນເທີງ ເຊິ່່ງເລີ່ມເປີດໃຫ້ບໍລິການໃນວັນທີ 5 ເດືອນກຸມພາ, ປີ 2024

ບໍລິສັດໄດ້ເຄື່ຶ່ອນໄຫວກິດຈະກຳການຂາຍໂດຍເປັນໂຕແທນຈຳໜ່າຍບັດຄອນເສີດ ຫລື ງານ Event ຕ່າງໆ ເຊິ່ງໄດ້ຈຳໜ່າຍໃນຮູບແບບເລກອອນລາຍຈຳໜ່າຍຜ່ານແອັບພິເຄຣຊັ້ນ: ຊ້າງຄຳ ພຮັດ ເປັນຜະລິດຕະພັນທີ່ໃຫ້ຄວາມສະດວກກັບຄົນທີ່ບໍ່ມີເວລາໄປຊື້ບັດດ້ວຍຕົນເອງ ແລະ ນອກຈາກນັ້ນຍັງມີສິ່ງອຳນວຍຄວາມສະດວກບໍ່ຈະເປັນຈ່າຍຄ່ານ້ຳຄ່າໄຟ ຈຸດປະສົງເພື່ອຕອບໂຈດອຳນວຍຄວາມສະດວກໃນການໃຊ້ຊີວິດໃນຍຸກປັດຈຸບັນ

ນອກຈາກນີ້້້ທາງແອັບກໍ່ໄດ້ເພີ່ມຟັງຊັ້ນຄວາມບັນເທີງຕ່າງໆເພື່່ອສົ່ງມອບໃຫ້ລູກຄ້າໄດ້ມີສ່ວນຮ່ວມໃນການຮັບສິດທິພິເສດຕ່າງໆ ບໍ່ວ່າຈະເປັນການແຈກຄະແນນ,ແຈກຂອງລາງວັນ ຜູ້ຊົມໃຊ້ແອັບຊ້າງຄຳ ພຣັດ ສາມາດຮັບຄວາມບັນເທີງ ແລະ ຂອງລາງວັນຜ່ານຊ່ອງທາງແອັບ ຊ້າງຄຳ ພຣັດ ຫຼື ທາງ Facebook fanpage: Xangkham ເຊັນເຕີ້ ສາມາດຕິດຕາມ ແລະ ຮ່ວມຫຼິ້ນກິດຈະກຳຕ່າງໆເພື່ອຮັບຂອງລາງວັນ ການນຳໃຊ້ແອັບຈຸດປະສົງຂອງອົງກອນ ແມ່ນຈະມີພັດທະນາເພື່ອອຳນວຍຄວາມສະດວກ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນຂົງເຂດທົ່ວປະເທດໃນອານາຄົດພວກເຮົາຈະເພີ່ມຟັງຊັ້ນຕ່າງໆ ບໍ່ວ່າຈະເປັນຄວາມບັນເທີງ ຫຼື ສິ່ງທີ່ອຳນວຍຄວາມສະດວກຕ່າງໆ ເພື່ອເປັນການສົ່ງມອບສິ່ງດີໆ ໃຫ້ກັບຜູ້ຊົມໃຊ້ແອັບ ຊ້າງຄຳ ພຣັດ ກ່ຽວກັບພວກເຮົາ ບໍລິສັດຊ້າງຄຳ ການຄ້າຈຳກັດຜູ້ດຽວ ສະຖານທີ່ຕັ້ງບ້ານ:ຖະໜົນທາງຮ່ອມ ທົ່ງພານທອງ, ເມືອງສິສັດຕະນາກ, ນະຄອນຫຼວງວຽງຈັນ ສາຂາ ສະຫວັນນະເຂດຕັ້ງຢູ່ ຖະໜົນມາຄະສະຫວັນ, ບ້ານວຽງສະຫວັນ, ນະຄອນໄກສອນ, ແຂວງສະຫວັນນະເຂດ